ຫ້ອງການປະກັນສຸຂະພາບແຫ່ງຊາດ

<<<< ຫາຍກັງວົນຈ່າຍນ້ອຍພຽງແຕ່ຖືປຶ້ມສຳມະໂນຄົວໄປໂຮງໝໍທຸກຄັ້ງໃນເວລາເຈັບປ່ວຍ 1509 ສາຍດ່ວນ >>>>

ກອງປະຊຸມຖອດຖອນບົດຮຽນປະກັນສຸຂະພາບທົ່ວປະເທດ

ຫ້ອງການປະກັນສຸຂະພາບແຫ່ງຊາດ    28/07/2023

ການຈັດຕັ້ງປະຕິບັດກອງທຶນປະກັນສຸຂະພາບແຫ່ງຊາດ ແມ່ນການປະຕິບັດຕາມແຜນຍຸດທະສາດ ກໍ່ຄື ເປົ້າໜາຍຂອງລັດຖະບານ ໃນການບັນລຸ ເປົ້າໝາຍສຸຂະພາບ ທົ່ວປວງຊົນ ຮອດປີ 2025 (UHC) ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 (SDG). ການປົກຄຸມການປະກັນສຸຂະພາບ ທົ່ວປວງ ແມ່ນ ເພື່ອຮັບປະກັນໃຫ້ທຸກຄົນ ເຂົ້າເຖີງການບໍລິການສາທາລະນະສຸກ ທີ່ຈໍາເປັນ ຢ່າງມີຄຸນນະພາບ ແລະ ຫຼຸດຜ່ອນພາລະ ດ້ານການເງິນ, ແນໃສ່ຫລຸດຜ່ອນການຈົກຖົງຈ່າຍ ແລະ ຜູ້ຕົກທຸກ ຍ້ອນການປີ່ນປົວ