ຫ້ອງການປະກັນສຸຂະພາບແຫ່ງຊາດ

ທີ່ຕັ້ງ ແລະ ພາລະບົດບາດ


  • ຫ້ອງການປະກັນສຸຂະພາບແຫ່ງຊາດ ຂຽນຫຍໍ້ວ່າ “ຫກປຊ”, ຊື່ເປັນພາສາອັງກິດ: National Health Insurance Bureau “NHIB” ເປັນຫົວໜ່ວຍວິຊາການລະດັບ 1, ສັງກັດຢູ່ກະຊວງສາທາລະນະສຸກ, ມີພາລະບົດບາດເປັນເສນາທິການໃຫ້ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດ ຂັ້ນສູນກາງ ໃນການຄຸ້ມຄອງ, ພັດທະນາລະບົບປະກັນສຸຂະພາບ ແລະ ຈັດຕັ້ງປະຕິບັດວຽກງານກອງທຶນປະກັນສຸຂະພາບແຫ່ງຊາດ ໃນຂອບເຂດທົ່ວປະເທດ.